ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ຮັບຫົວໜ້າຄະນະປັບປຸງຫົວໜ່ວຍການຜະລິດ-ທຸລະກິດຜູ້ໃໝ່


ສະຫາຍ ພົນຕີ ຄໍາເພັດ ສີຊານົນ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ພະລາທິການ ກອງທັບ ເປັນປະທານ

    ວັນທີ 26 ມີນາ 2024 ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ມອບ-ຮັບ ຫົວໜ້າຄະນະປັບປຸງຫົວໜ່ວຍການຜະລິດ-ທຸລະກິດ ລະຫວ່າງ
ສະຫາຍ ພັນເອກ ຈັນທາ ທໍາມະເທວາ ຮອງຫົວໜ້າກອງບັນຊາການ ຫົວໜ້າຫ້ອງພະລາທິການກອງບັນຊາການທະຫານອາກາດ ຫົວໜ້າຄະນະ
ປັບປຸງຫົວໜ່ວຍການຜະລິດ-ທຸລະກິດຜູ້ເກົ່າ ແລະ ແຕ່ງຕັ້ງ ສະຫາຍ ພັນເອກ ຈັນທະລີ ວິຈິດ ຮອງຫົວໜ້າກົມອຸປະໂພກ-ບໍລິໂພກກົມໃຫຍ່ພະ
ລາທິການກອງທັບ ເປັນຫົວໜ້າຄະນະປັບປຸງຫົວໜ່ວຍການຜະລິດ-ທຸລະກິດຜູ້ໃໝ່, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຕີ ຄໍາເພັດ
ສີຊານົນ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະປັບປຸງຫົວໜ່ວຍການຜະລິດ-ທຸ
ລະກິດ ແລະ ພະນັນງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

     ສະຫາຍ ພັນເອກ ຈັນທາ ທໍາມະເທວາ ຫົວໜ້າຄະນະປັບປຸງຫົວໜ່ວຍການຜະລິດ-ທຸລະກິດຜູ້ເກົ່າໄດ້ສະຫຼຸບການເຄື່ອນໄຫວວຽກງານການ
ຜະລິດ-ທຸລະກິດ ໃນໄລຍະຜ່ານມາ, ຄະນະປັບປຸງຫົວໜ່ວຍການຜະລິດ-ທຸລະກິດ ໄດ້ຮັບການແຕ່ງຕັ້ງຂຶ້ນຕາມຂໍ້ຕົກລົງຂອງກົມໃຫຍ່ພະລາທິການ
ສະບັບເລກທີ 310/ກພລ, ລົງວັນທີ27/4/2021, ປະຕິບັດໜ້າທີ່ຕາມຮູບແບບຄະນະສະເພາະກິດພາຍໃຕ້ການຊີ້ນໍາໂດຍກົງຈາກຫົວໜ້າ ແລະ ຄະ
ນະກົມໃຫຍ່ພະລາທິການກອງທັບ, ການປະຕິບັດໜ້າທີ່ໂດຍພື້ນຖານແມ່ນ ອີງຕາມການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ, 2 ວາ
ລະແຫ່ງຊາດ ແລະ ການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ, ໂດຍສະເພາະແມ່ນໜ້າ
ທີ່ໃຫຍ່ທີ 3 ກ່ຽວກັບການແກ້ໄຂຊີວິດການເປັນຢູ່, ບັນດາຂໍ້ກຳນົດ, ກົດລະບຽບ, ກົດໝາຍທີ່ກ່ຽວຂ້ອງ ແລະ ສະເພາະຫົວໜ່ວຍການຜະລິດແມ່ນ
ໄດ້ກໍານົດເອົາຫົວໜ່ວຍທີ່ໄດ້ກຳນົດຢູ່ໃນຂໍ້ກຳນົດດຽວກັບການຄຸ້ມຄອງຫົວໜ່ວຍການຜະລິດ-ທຸລະກິດ ທີ່ຂຶ້ນກັບກົມໃຫຍ່ພະລາທິການກອງທັບ,
ເຊິ່ງປະກອບມີສອງປະເພດຄື: ປະເພດອຸດສາຫະກຳ, ກະສິກຳ ແລະ ບໍລິການ.

     ໂອກາດນີ້, ສະຫາຍ ພົນຕີ ຄໍາເພັດ ສີຊານົນ ປະທານພິທີກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສໍາເລັດໃນດ້ານຕ່າງໆທີ່
ຄະນະປັບປຸງຫົວໜ່ວຍການຜະລິດ-ທຸລະກິດຊຸດເກົ່າ, ທີ່ໄດ້ເອົາໃຈໃສ່ຕັ້ງໜ້າປະກອບສ່ວນເຮັດວຽກງານຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້
ແລະ ຮຽກຮ້ອງມາຍັງຫົວໜ້າຄະນະປັບປຸງຫົວໜ່ວຍການຜະລິດ-ທຸລະກິດຜູ້ໃໝ່ ກໍຄືຄະນະປັບປຸງທຸກສະຫາຍຈົ່ງພ້ອມກັນເຊື່ອມຊຶມ, ກຳແໜ້ນ
ຕໍ່ແນວທາງນະໂຍບາຍຂອງພັກ-ລັດ ແລະ ຂອງກອງທັບ, ທິດທາງແຜນການຂອງລັດຖະບານ ສປປ ລາວ, ກໍຄືການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່
26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ, ບົນເນື້ອໃນຈິດໃຈທິດທາງແຜນການຂອງຄະນະປະຈຳພັກ ກົມໃຫຍ່ພະລາທິການ
ກອງທັບ ເພື່ອນໍາມາຈັດຕັ້ງຜັນຂະຫຍາຍເຂົ້າໃນການປະຕິບັດໜ້າທີ່ຂອງວຽກງານຕົນຂອງການດໍາເນີນການຜະລິດ-ທຸລະກິດ ໃຫ້ຖືກຕ້ອງຕາມລະ
ບຽບຫຼັກການຕ່າງໆ ແລະ ຖືເອົາຕົວເລກຂອງຜົນໄດ້ຮັບຕົວຈິງ ໃນແຕ່ລະປີມາເປັນຕົວຊີ້ວັດຂອງຜົນສໍາເລັດ.

ແຫຼ່ງຂ່າວໂດຍ ຄໍາປະສົງ ລາດຊະວົງ
ວັນທີ 28/03/2024